ວັນມາຂະບູຊາ - Xiengkhor Temple

ຍອດນິຍົມ

Post Top Ad

Post Top Ad

Sunday, December 29, 2024

ວັນມາຂະບູຊາ

 



🙏 ວັນມາຂະບູຊາ🙏

~•~•~•~•~•~•~•~•~

🌹 ທ່ານສາທຸຊົນພຸທທະບໍຣິສັທທັງຫລາຍ ທັງພາຍໃນເມືອງ ແລະຢູ່ຕ່າງຣັຖ ໃນປະເທສສະຫະຣັຖອະເມຣິກາ ທຸກ ໆ ທ່ານ, ວັນມາຂະຊາ ໃນປີນີ້ກໍ່ໃກ້ເຂົ້າມາແລ້ວ “ ທາງວັດລາວພຸທທະຣັງສີ “ ກໍ່ຈະໄດ້ຈັດງານບຸນນີ້ຕາມປະເພນີ ທີ່ພວກເຮົາໄດ້ປະຕິບັຕສືບທອດກັນມາ ປີນີ້ທາງວັດຈັດງານ “ ບຸນມາຂະບູຊາ “ ຖືກວັນເພັງ ໑໕ ຄໍ່າ ເດືອນ ໓ ພໍດີ ຈຶ່ງຢາກຂໍເຊີນຈະເຣີນພອຣ ອອກຕົນຍາຕໂຍມທຸກ ໆ ທ່ານໄດ້ມາຮ່ວມທຳບຸນພ້ອມກັນ.


👏 ວັນມາຂະບູຊາ ເປັນວັນທີ່ພຣະພິກສຸສົງຄ໌

1,250 ອົງຄ໌ ມາປະຊຸມກັນໂດຍບໍ່ໄດ້ນັດໝາຍ

ກັນ ເປັນວັນສຳຄັນໃນທາງພຣະພຸທທະສາສນາ

ຂອງປະຊາຊົນຊາວລາວ “ ວັນມາຂະບູຊາ “

ເດີມເອີ້ນວ່າ ~ວັນມາຂະປຸນນະມີ ~ ໝາຍເຖິງ

ວັນທີ່ພຣະຈັນເພັງເຕັມດວງໃນເດືອນມາຂະ.

~ ສ່ວນ ມາຂະບູຊາ ໝາຍເຖິງ ກາຣບູຊາໃນ ວັນເພັງເດືອນມາຂະ ຄື ວັນເພັງ ຂຶ້ນ 15 ຄໍ່າ ເດືອນ 3 ຊຶ່ງເປັນວັນມາຂະບູຊານີ້ ເຮົາຮູ້ກັນວ່າ

ເປັນວັນທີ່ພຣະພິກສຸ 1.250 ອົງຄ໌ມາປະຊຸມ

ກັນໂດຍບໍ່ໄດ້ນັດໝາຍ ແລະເປັນອັສຈັນຣຍ໌ພ້ອມກັນ 4 ປະກາຣ ເອີ້ນວ່າ ຈາຕຸຣົງຄະສັນນິ

ບາຕ ກາຣປະຊຸມພ້ອມກັນດ້ວຍອົງຄ໌ 4 ແລະ ໃນວັນນີ້ ພຣະພຸທທະເຈົ້າທຣົງກະທຳວິສຸທທິອຸໂປສົຖ ທຣົງສະເເດງໂອວາທປາຕິໂມກຂ໌ ຊຶ່ງເຮົາຖືກັນວ້າ ເປັນຫົວໃຈຂອງພຣະພຸທທະສາສນາ.

🙏 ປະວັຕຄວາມເປັນມາວັນມາຂະບູຊາ.

~ ວັນມາຂະບູຊາ ໝາຍເຖິງ ກາຣບູຊາ ໃນວັນ

ເພັງເດືອນ 3 ເນີ່ອງໃນໂອກາສຄ້າຍ ວັນທີ່ພຣະ

ພຸທທະເຈົ້າທຣົງສະເເດງໂອວາທປາຕິໂມກຂ໌ ໃຫ້ແກ່ພຣະພິກສຸ ຈຳນວນ 1,250 ອົງຄ໌

“ ມາຂະ “ ເປັນຊື່ຂອງເດືອນ 3 ມາຂະບູຊາ ນັ້ນ ຫຍໍ່ມາຈາກຄຳວ່າ “ ມາຂະບຸຣະນະມີ “ ແປວ່າກາຣບູຊາພຣະໃນວັນເພັງເດືອນ 3 ວັນມາຂະບູຊາຈຶ່ງກົງກັນກັບວັນຂຶ້ນ 15 ຄໍ່າ ເດືອນ 3

ແຕ່ປີໃດມີເດືອນອະທິກະມາສ ຄື ມີເດືອນແປດ ສອງຄັ້ງ ວັນມາຂະບູຊາ ກໍ່ຈະເລື່ອນໄປເປັນວັນ ຂຶ້ນ 15 ຄໍ່າເດືອນ 4 ເປັນວັນສຳຄັນວັນໜຶ່ງ ໃນ ວັນພຣະພຸທທະສາສນາ.


👏 ຄວາມສຳຄັນຂອງວັນມາຂະບູຊາ

~ ວັນມາຂະບູຊາ ເປັນວັນຂຶ້ນ 15 ຄໍ່າ ເດືອນ 3 ມີເຫຕກາຣອັສຈັນຣຍ໌ທີ່ ພຣະສົງຄ໌ສາວົກ ຂອງພຣະພຸທທະເຈົ້າຈຳນວນ 1,250 ອົງຄ໌ ມາເຝົ້າພຣະພຸທທະເຈົ້າ ໃນ ວັດເວລຸວັນ ເມືອງ ຣາຊຄຶຫ໌ ແຄວ້ນມະຄົຕ ໂດຍບໍ່ໄດ້ນັດໝາຍກັນ

ພຣະສົງຄ໌ທັງໝົດເປັນພຣະອະຣະຫັນຕ໌ ເປັນຜູ້ໄດ້ອະພິນຍາ 6 ແລະເປັນຜູ້ທີ່ໄດ້ຮັບກາຣ

ອຸປສົມບົທ ໂດຍກົງຈາກພຣະພຸທທະເຈົ້າ ໃນວັນນີ້ພຣະພຸທທະເຈົ້າ ໄດ້ທຣົງສະເເດງໂອວາທ ປາຕິໂມກຂ໌ ໃນທີ່ປະຊຸມສົງຄ໌ເຫລົ່ານັ້ນ ຊຶ່ງເປັນຫລັກກາຣອຸດົມກາຣ ແລະ ວິທີກາຣປະຕິ ບັຕທີ່ນຳໄປໃຊ້ໄດ້ທຸກສັງຄົມ ມີເນື້ອຫາໂດຍສະຫລຸບ ຄື 1. ໃຫ້ລະຄວາມຊົ່ວທຸກຊະນິດ 2. ໃຫ້ທຳແຕ່ຄວາມດີ ໃຫ້ເຖິງພ້ອມ ແລະ 3. ທຳຈິຕໃຈໃຫ້ຜ່ອງໃສສະອາດຢູ່ສະເມີ.


🌹 ຄວາມເປັນມາຂອງວັນມາຂະບູຊາ

~ ສ່ວນທີ່ກ່ຽວກັບພຣະພຸທທະເຈົ້າຫລັງຈາກພຣະພຸທທະເຈົ້າຕຣັສຮູ້ໄດ້ 9 ເດືອນ ຂະນະນັ້ນ

ເມື່ອສະເດັຈພຸທທະກິຈສະເເດງທັມທີ່ຖໍ້າສຸກະຣະຂາຕາແລ້ວ ສະເດັຈມາປະທັບທີ່ວັດເວລຸວັນ ເມືອງຣາຊຄຶຫ໌ ແຄວ້ນມະຄົຕ ປະເທສອິນເດັຍ

ໃນປັຈຈຸບັນ ວັນນັ້ນກົງກັບວັນເພັງ ເດືອນມາຂະ ຫລືເດືອນ 3 ໃນເວລາບ່າຍພຣະອະຣະຫັນຕ໌ສາວົກຂອງພຣະພຸທທະເຈົ້າ ມາປະຊຸມ ພ້ອມ ພຽງກັນໃນທີ່ປະທັບຂອງພຣະພຸທທະເຈົ້າ ນັບເປັນເຫຕອັສຈັນຣຍ໌ ທີ່ມີອົງປະກອບສຳຄັນ 4 ປະກາຣ ເອີ້ນວ່າ “ ວັນຈາຕຸຣົງຄະສັນບາຕ “

~ ຄຳວ່າ “ ຈາຕຸຣົງຄະສັນນິບາຕ ແຍກສັພທ໌ໄດ້ແບບນີ້ ຄື : ~

~ “ ຈາຕຸຣະ ແປວ່າ 4

~ “ ອົງຄ໌ ແປວ່າ ສ່ວນ ຫຼືອົງປະກອບ

~ “ ສັນນິບາຕ ແປວ່າ ປະຊຸມ

* ສະນັ້ນຈາຕຸຣົງຄະສັນນິບາຕຈຶ່ງໝາຍ ຄວາມວ່າ ກາຣປະຊຸມດ້ວຍອົງຄ໌ 4 ກ່າວຄືມີ ເຫຕກາຣພິເສສທີ່ເກີດຂຶ້ນພ້ອມກັນໃນວັນນັ້ນ

1. ເປັນວັນທີ່ພຣະສົງຄ໌ສາວົກຂອງພຣະພຸທທະເຈົ້າ ຈຳນວນ 1,250 ອົງຄ໌ ມາປະຊຸມພ້ອມກັນທີ່ ວັດເວລຸວັນວິຫາຣ ໃນເມືອງຣາຊຄຶຫ໌ ໂດຍບໍ່ໄດ້ນັດໝາຍກັນ

2. ພຣະພິກສຸສົງຄ໌ເຫລົ່ານີ້ລ້ວນເປັນ “ ເອຫິພິກຂຸອຸປສັມປະທາ “ ຄື ເປັນຜູ້ທີ່ໄດ້ຮັບກາຣອຸປະສົມບົທໂດຍກົງຈາກພຣະພຸທທະເຈົ້າ

3. ພຣະພິກສຸສົງຄ໌ທຸກອົງຄ໌ທີ່ໄດ້ມາປະຊຸມໃນຄັ້ງນີ້ ລ້ວນແຕ່ເປັນຜູ້ໄດ້ບັນລຸພຣະອະຣະຫັນຕ໌ແລ້ວໝົດທຸກ ໆ ອົງຄ໌

4. ເປັນທີ່ພຣະຈັນທຣ໌ເຕັມດວງກຳລັງສເວີຍມາຂະລືກສ໌


🌹 ມູລເຫຕຂອງວັນມາຂະບູຊາ.

- ຫຼັງຈາກພຣະສັມມາສັມພຸທທະເຈົ້າໄດ້ຕຣັສຮູ້ໃນວັນຂຶ້ນ 15 ຄໍ່າ ເດືອນ 6 ແລະໄດ້ທຣົງປະກາສພຣະສາສນາ ແລະສົ່ງພຣະອະຣະຫັນຕ໌ສາວົກອອກໄປຈາຣິກເພື່ອເຜີຍແຜ່ພຣະພຸທທະສາສນາຍັງສະຖານທີ່ຕ່າງ ໆ ລ່ວງແລ້ວໄດ້ 9 ເດືອນ ໃນວັນທີ່ໃຫ້ພຣະຈັນທຣ໌ສເວີຍມາຂະລືກ { ວັນຂຶ້ນ 15 ຄໍ່າ ເດືອນ 3 } ພຣະອະຣະຫັນຕ໌ທັງຫລາຍເຫລົ່ານັ້ນຕ່າງກໍ່ລະນຶກເຖິງວ່າ ວັນນີ້ເປັນວັນສຳຄັນຂອງສາສນາພຣາມ ອັນເປັນສາສນາຂອງຕົນຢູ່ເດີມ ກ່ອນຈະຫັນມານັບຖືພຣະທັມວິນັຍຂອງພຣະພຸທທະເຈົ້າ ແລະໃນລັດທິສາສນາເດີມນັ້ນ ເມື່ອເຖິງວັນເພັນເດືອນມາຂະ ເຫລົ່າຜູ້ມີສັທທາພຣາມລັດທິນິຍົມນັບຖືກັນວ່າ ວັນນີ້ເປັນວັນສີວາຣາຕຣີ ໂດຍຈະທຳກາຣບູຊາພຣະສີວະດ້ວຍກາຣລອຍບາບ ຫລືລ້າງບາບດ້ວຍນໍ້າ ແຕ່ມາບັດນີ້ ຕົນໄດ້ເລີກລັດທິເດີມ ຫັນມານັບຖືພຣະທັມວິນັຍຂອງພຣະພຸທທະເຈົ້າເເລ້ວ ຈຶ່ງຄວນເດີນທາງໄປເຂົ້າເຝົ້າບູຊາ ຟັງພຣະສັທທັມຈາກພຣະພຸທທະເຈົ້າ ພຣະອະຣະຫັນຕ໌ເຫລົ່ານັ້ນຊຶ່ງເຄີຍປະຕິບັຕສີວາຣາຕຣີຢູ່ເດີມ ຈຶ່ງພ້ອມໃຈກັນໄປເຂົ້າເຝົ້າພຣະພຸທທະເຈົ້າໂດຍບໍ່ໄດ້ນັດໝາຍ

~ ຜູ້ທີກ່າວວ່າ ສາເຫຕສຳຄັນທີ່ທຳໃຫ້ພຣະສາວົກທັງ 1,250 ອົງຄ໌ ມາປະຊຸມພ້ອມກັນ ໂດຍບໍ່ໄດ້ນັດໝາຍ ເນື່ອງມາຈາກໃນວັນເພັນເດືອນ 3 ຕາມຄະຕິພຣາມ ເປັນວັນພິທີສີວາຣະຕຣີ ພຣະສາວົກເຫລົ່ານັ້ນຊື່ງເຄີຍນັບຖືສາສນາພຣາມມາກ່ອນ ຈຶ່ງໄດ້ປ່ຽນຈາກກາຣຣວມຕົວກັນ ທຳພິທີຊຳລະບາບຕາມປະເພນີພຣາມ ມາລວມກັນເຂົ້າເຝົ້າພຣະພຸທທະເຈົ້າເເທນ.


🌹 ໂອວາທປາຕິໂມກຂ໌.

👏 ຫລັກຄຳສອນສຳຄັນຂອງພຣະພຸທທະສາສນາ ຫລືຄຳສອນອັນເປັນຫົວໃຈຂອງພຣະພຸທທະສາສນາ ໄດ້ແກ່ ພຣະພຸທທະພົຈນ໌ 3 ຄາຖາເຄີ່ງ ທີ່ພຣະພຸທທະເຈົ້ສຕຣັສແກ່ພຣະອະຣະຫັນຕ໌ 1,250 ອົງຄ໌ ຜູ້ໄປປະຊຸມກັນ ໂດຍບໍ່ໄດ້ນັດໝາຍ ໃນ ພຣະເວລຸວັນວະນາຣາມໃນວັນເພັງເດືອນ 3 ທີ່ພວກເຮົາເອີ້ນກັນວ່າ “ ມາຂະບູຊາ “ { ຄາຖາກ່າວວ່າ ພຣະພຸທທະເຈົ້າທຣົງສະເເດງ “ ໂອວາທປາຕິໂມກຂ໌ “ ແກ່ທີ່ປະຊຸມສົງຄ໌ຕລອດມາເປັນເວລາ 20 ພັນສາ ກ່ອນທີ່ຈະໂຜດໃຫ້ສູຕຣ໌ປາຕິໂມກຂ໌ ຢ່າງປັຈຈຸບັນນີ້ແທນຕໍ່ມາ }


🌹 ຄາຖາ ໂອວາທປາຕິໂມກຂ໌

{ ຫັນທະ ມະຍັງ ໂອວາທະປາຕິໂມກຂະຄາຖາໂຍ ພະນາມະເສ }

~ ສັພພະປາປັສສະ ອະກະຣະນັງ = ກາຣບໍ່ເຮັດບາບທັງປວງ

~ ກຸສະລັສສູປະສັມປະທາ = ກາຣເຮັດກຸສົລ ໃຫ້ເຖິງພ້ອມ

~ ສະຈິຕຕະປະຣິໂຍທະປະນັງ = ກາຣຊຳລະຈິຕໃຈຂອງຕົນໃຫ້ຂາວສະອາດ

~ ເອຕັງ ພຸທທານະ ສາສະນັງ = ທັມ 3 ຢ່າງນີ້ເປັນຄຳສັ່ງສອນຂອງພຣະພຸທທະເຈົ້າທັງຫລາຍ

~ ຂັນຕິ ປະຣະມັງ ຕະໂປ ຕີຕິກຂາ = ຂັນຕິ ຄື ຄວາມອົດກັ້ນ ເປັນທັມເຄື່ອງເຜົາກິເລສຢ່າງຍິ່ງ

~ ນິພພານັງ ປະຣະມັງ ວະທັນຕິ ພຸທທາ = ຜູ້ຮູ້ທັງຫລາຍກ່າວພຣະນິພພານວ່າ ເປັນທັມອັນດີຍີ່ງ

~ ນະ ຫິ ປັພພະຊິໂຕ ປະຣູປະຄາຕິ = ຜູ້ກຳຈັດສັຕວ໌ອື່ນຢູ່ບໍ່ຊື່ວ່າເປັນບັນພະຊິຕເລີຍ

~ ສະມະໂນ ໂຫຕິ ປະຣັງ ວິເຫຖະຍັນໂຕ = ຜູ້ເຮັດໃຫ້ສັຕວ໌ອື່ນລຳບາກຢູ່ບໍ່ຊື່ວ່າເປັນສະມະນະເລີຍ

~ ອະນູປະວາໂທ ອະນູປະຄາໂຕ = ກາຣບໍ່ເວົ້າຮ້າຍ ກາຣບໍ່ທຳຮ້າຍ

~ ປາຕິໂມກເຂ ຈະ ສັງວະໂຣ = ກາຣສຳຣວມໃນປາຕິໂມກຂ໌

~ ມັຕຕັນຍຸຕາ ຈະ ພັຕຕັສມິງ = ຄວາມເປັນຜູ້ຮູ້ປະມານໃນກາຣບໍຣິໂພຄ

~ ປັນຕັນຈະ ສະຍະນາສະນັງ = ກາຣນອນ ກາຣນັ່ງໃນບ່ອນທີສະງັດ

~ ອະທິຈິຕເຕ ຈະ ອາໂຍໂຄ = ຄວາມໝັ່ນປະກອບໃນກາຣຊຳລະຈິຕໃຫ້ຫລາຍຂຶ້ນ

~ ເອຕັງ ພຸທທສນະສາສະນັງ = ທັມ 6 ຢ່າງນີ້ເປັນຄຳສັ່ງສອນຂອງພຣະພຸທທະເຈົ້າທັງຫລາຍ.ຯ


🙏 ວັດເວລຸວັນມະຫາວິຫາຣ

~ “ ວັດເວລຸວັນມະຫາວິຫາຣ “ ເປັນອາຮາມ ວັດ ແຫ່ງທຳອິດ ໃນພຣະພຸທທະສາສນາ ຕັ້ງຢູ່ໃກ້ພູເຂົາເວພາຣະບັນພົຕ ເທິງເເຄມຝັ່ງແມ່ນໍ້າສະຣັສວະດີ ຊຶ່ງມີຕະໂປທາຣາມ { ບໍ່ນໍ້າຮ້ອນໂບຮານ } ຕັ້ງຢູ່ລະຫວ່າງກາງນອກເຂຕກຳເເພງເມືອງເກົ່າຣາຊຄຶຫ໌ { ອະດີຕເມືອງຫລວງຂອງເເຄວ້ນມະຄົຕ } ຣັຖພິຫາຣ ປະເທສອິນເດັຍໃນປັຈຈຸບັນ { ຫລືແຄວ້ນມະຄົຕ ຊົມພູທະວີບ ໃນສມັຍພຸທທະກາລ }


🙏 ວັດເວລຸວັນໃນສມັຍພຸທທະກາລ

~ ເດີມວັດເວລຸວັນເປັນພຣະຣາຊອຸທະຍານສຳຫລັບສະເດັຈພຣະພາສຂອງພຣະເຈົ້າພິມພິສາຣເປັນສວນປ່າໄຜ່ທີ່ຮົ່ມເຢັນມີຮົ້ວອ້ອມລອບແລະປະຕູເຂົ້າອອກ ເວລຸວັນມີອີກຊື່ໜຶ່ງທີປາກົດໃນພຣະສູຕຣ໌ວ່າ “ ພຣະວິຫາຣເວລຸວັນກະລັນທະກະນິວາປະສະຖານ “ ຫລື “ ເວລຸວັນກະລັນທະກະນິວາປະ “ { ສ່ວນປ່າໄຜ່ສະຖານທີ່ສຳຫລັບໃຫ້ເຫຍື່ອແກ່ກະເເຕ } ພຣະເຈົ້າພິມພິສາຣໄດ້ຖວາຍພຣະຣາຊອຸທະຍານແຫ່ງນີ້ເປັນວັດ ໃນພຣະພຸທທະສາສນາ ຫລັງຈາກໄດ້ສະດັບຮັບຟັງພຣະທັມມະເທສນາອະນຸປູພພິກະຖາ ແລະຈະຕຸຣາຣິຍະສັຈຈ໌ ໃນພຣະຣາຊອຸທະຍານລັຕຖິວັນ { ພຣະຣາຊອຸທະຍານສວນຕານໜຸ່ມ} ໂດຍໃນຄັ້ງນັ້ນພຣະອົງຄ໌ໄດ້ບັນລຸພຣະໂສດາບັນ ເປັນພຣະອະຣິຍະບຸຄຄົນຕົ້ນໃນພຣະພຸທທະສາສນາ ແລະຫລັງຈາກຖວາຍກະລັນທະກະນິວາປະນະສະຖານ ບໍ່ດົນ ອາຣາມແຫ່ງນີ້ກໍ່ໄດ້ໃຊ້ເປັນສະຖານທີ່ສຳຫລັບພຣະສົງຄ໌ປະຊຸມຈາຕຸຣົງຄະສັນນິບາຕຄັ້ງໃຫຍ່ ໃນພຣະພຸທທະສາສນາ ອັນເປັນເຫຕກາຣສຳຄັນໃນວັນມາຂະບູຊາ.


🙏 ວັດເວລຸວັນຫລັງກາຣປຣິນິພພານ.

~ ຫລັງພຣະພຸທທະເຈົ້າປຣິນິພພານ ວັດເວລຸວັນໄດ້ຮັບກາຣດູແລມາຕລອດ ໂດຍສະເພາະມູລຄັນທະກຸຕິທີ່ມີພຣະສົງຄ໌ເຝົ້າດູແລທຳກາຣປັດກວາດເຊັດຖູປູອາສນະ ແລະປະຕິບັຕຕໍ່ສະຖານທີ່ ໆ ພຣະພຸທທະເຈົ້າເຄີຍປະທັບຢູ່ທຸກ ໆ ແຫ່ງເໝືອນສມັຍທີ່ພຣະອົງຄ໌ທຣົງພຣະຊົນມະຊີພຢູ່ບໍ່ໄດ້ຂາດ ໂດຍມີກາຣປະຕິບັຕ ແບບນີ້ຕິດຕໍ່ກັນກວ່າພັນປີ.


🌹 ກິຈກັມຕ່າງ ໆ ທີ່ຄວນປະຕິບັຕໃນວັນມາຂະບູຊາ ຄື: ~

~ ກາຣປະຕິບັຕຕົນສຳຫລັບພຸທທະສາສນາໃນວັນນີ້ກໍ່ຄື ກາຣທຳບຸນ ຕັກບາຕໃນຕອນເຊົ້າ ຫລືບໍ່ກໍ່ຈັດອາຫາຣຫວານຄາວ ໄປທຳບຸນຟັງເທສທີ່ວັດ ຕອນບ່າຍຟັງທັມມະເທສນາ ຕອນກາງຄືນ ຈະພາກັນນຳດອກໄມ້ ທູບທຽນ ໄປວັດເພື່ອຊຸມນຸມກັນທຳພິທີວຽນທຽນ ຮອບອຸໂປສົຖ ພ້ອມກັບພຣະພິກສຸສົງຄ໌ ໂດຍເຈົ້າອາວາສ ຈະນຳວ່າ ນະໂມ 3 ຈົບ ຈາກນັ້ນກໍ່ກ່າວຄຳ ຖວາຍ ດອກໄມ້ທູບທຽນ ທຸກຄົນເວົ້າຕາມ ຈົບແລ້ວພາກັນເດີນວຽນຂວາ ຕລອດເວລາໃຫ້ລະນຶກເຖິງ ພຣະພຸທທະຄຸນ ພຣະທັມມະຄຸນ ພຣະສັງຄະຄຸນ ຈົນຄົບ 3 ຮອບ ແລ້ວນຳດອກໄມ້ທຸບທຽນໄປບູຊາຕາມທີ່ທາງວັດໄດ້ຈຕຽມໄວ້ໃຫ້ແລ້ວເປັນອັນຈົບພິທີ.


🌹 ຫລັກທັມທີ່ຄວນນຳໄປປະຕິບັຕ

~ ຫລັກທັມທີ່ຄວນນຳໄປປະຕິບັຕໄດ້ແກ່ ໂອວາທປາຕິໂມກຂ໌ ໝາຍເຖິງ ຫລັກຄຳສອນສຳຄັນຂອງພຣະພຸທທະສາສນາ ອັນເປັນເພື່ອປ້ອງກັນ ແລະເເກ້ບັນຫາຕ່າງ ໆ ໃນຊີວິຕເປັນ ໄປເພື່ອຄວາມຫລຸດພົ້ນ ຫລືຄຳສອນ ອັນເປັນຫົວໃຈຂອງພຣະພຸທທະສາສນາ ຫລັກທັມປະກອບດ້ວຍ ຫລັກກາຣ 3 ອຸດົມກາຣ 4 ວິທີ ກາຣ 6 ຢ່າງ ດັ່ງນີ້.


🌹ຫລັກກາຣ 3 ຢ່າງຄື

1. ກາຣບໍ່ເຮັດບາບທັງປວງ ໄດ້ແກ່ກາຣງົດເວັ້ນ ກາຣລົດ ລະເລີກ ກາຣເຮັດບາບທັງປວງ ຊຶ່ງໄດ້ແກ່ ອະກຸສົລກັມມະບົທ 10 ທາງແຫ່ງຄວາມຊົ່ວ ມີຢູ່ສິບປະກາຣ ຄືອັນເປັນຄວາມຊົ່ວທາງກາຍ ທາງວາຈາ ແລະທາງໃຈ ຄວາມຊົ່ວທາງກາຍໄດ້ແກ່ ກາຣຂ້າສັຕວ໌ ກາຣລັກຊັພຍ໌ ກາຣປະພຶຕຜິດໃນກາມ ຄວາມ ຊົ່ວທາງວາຈາ ໄດ້ແກ່ ກາຣເວົ້າຕົວະ ກາຣເວົ້າສໍ້ສຽດ ກາຣເວົ້າເພີ້ເຈີ້ເຫລວໄຫລ ກາຣເວົ້າຄຳບໍ່ເກີດປະໂຍຊນ໌ ຄວາມຊົ່ວທາງໃຈ ♥️ ໄດ້ແກ່ກາຣຢາກໄດ້ຊັພຍ໌ສົມບັຕຂອງຜູ້ອື່ນ ກາຣຜູກພະຍາບາທ ແລະ ຄວາມເຫັນຜິດຈາກທຳນອງຄອງທັມ

2. ກາຣທຳກຸສົລໃຫ້ເຖິງພ້ອມ ໄດ້ແກ່ ກາຣເຮັດຄວາມດີທຸກຢ່າງ ຊື່ງໄດ້ແກ່ ກຸສົລກັມມະບົທ 10 ເປັນແບບຂອງກາຣທຳຝ່າຍດີ 10 ຢ່າງ ອັນເປັນຄວາມດີທາງກາຍ ທາງວາຈາ ແລະທາງໃຈ ຄວາມດີທາງກາຍໄດ້ແກ່ ກາຣບໍ່ຂ້າສັຕວ໌ ບໍ່ທຳຮ້າຍບຽດບຽນຜູ້ອື່ນ ມີແຕ່ຊ່ວຍເຫລືອເກື້ອກູລກັນ ກາຣບໍ່ຖືເອົາສິ່ງຂອງຂອງທີ່ເຈົ້າຂອງເຂົາບໍ່ໄດ້ໃຫ້ ມາເປັນຂອງຕົນເອງ ມີແຕ່ຄວາມເອື້ອເຟື້ອເຜື່ອແຜ່ ແລະກາຣບໍ່ປະພຶຕຜິດໃນກາມ ກາຣທຳຄວາມດີທາງວາຈາ ໄດ້ແກ່ ກາຣບໍ່ເວົ້າຕົວະ ບໍ່ເວົ້າສໍ່ສຽດ ບໍ່ເວົ້າຄຳຫຽາບ ບໍ່ເວົ້າຄຳທີ່ບໍ່ເກີດປະໂຍຊນ໌ ເວົ້າແຕ່ຄຳຈິງ ເວົ້າຄຳນິ້ມນວນອ່ອນຫວານ ເວົ້າໃຫ້ເກີດຄວາມສະມານສະມັຄຄີ ແລະເວົ້າໃຫ້ຖືກກາລ ກາຣທຳຄວາມດີທາງໃຈ ♥️ ໄດ້ແກ່ ກາຣບໍ່ມີໂລພະຢາກໄດ້ຂອງຄົນອື່ນ ມີແຕ່ຄິດເສັຍສລະ ກາຣບໍ່ຜູກອາຄາດພະຍາບາທ ມີເເຕ່ເມຕຕາ ເເລະປຣາຖນາດີ ແລະມີຄວາມເຫັນດີອີ່ດູ ຮູ້ຄວາມເຂົ້າໃຈຖືກຕ້ອງ ຕາມທຳນອງຄອງທັມ ເຊັ່ນ ເຫັນວ່າທຳດີໄດ້ດີ ທຳຊົ່ວໄດ້ຊົ່ວ

3. ກາຣທຳຈິຕໃຈ ♥️ ໃຫ້ຜ່ອງໃສ ໄດ້ແກ່ ກາຣທຳຈິຕຂອງຕົນໃຫ້ຜ່ອງໃສ ປຣາສຈາກນິວອນ ຊຶ່ງເປັນເຄື່ອງຂັດຂວາງກີດກັ້ນຈິຕໃຈບໍ່ໃຫ້ເຂົ້າເຖິງຄວາມສງົບ ມີ 5 ປະກາຣ ໄດ້ແກ່

1. ຄວາມພໍໃຈ ♥️ ໃນກາມ { ກາມສັນທະ }

2. ຄວາມອາຄາຕພະຍາບາທ { ພຍາບາທ }

3. ຄວາມຫົດຫູ່ທໍ່ແທ້ ງ່ວງເຫງົາຫາວນອນ

{ ຖີນະມິທທະ }

4. ຄວາມຟຸ້ງຊ່ານລຳຄານ { ອຸທທັຈຈະ

ກະກກຸຈະ } ແລະ

5. ຄວາມລັງເລສົງໃສ { ວິຈິກິຈສາ } ເຊັ່ນ ສົງໃສໃນກາຣເຮັດຄວາມດີຄວາມຊົ້ວ ວ່າມີຜົລແທ້ຈິງຫລືບໍ່ ວິທີກາຣທຳຈິຕ ♥️ ໃຫ້ປະຕິບັຕສະມະຖະຜ່ອງໃສ ທີ່ແທ້ຈິງເກີດຂຶ້ນຈາກກາຣລະບາບທັງປວງ ດ້ວຍກາຣຖືສີລ ແລະບຳເພັນກຸສົລ ໃຫ້ເຖິງພ້ອມດ້ວຍກາຣພາວະນາ ແລະວິປັສສນາ ຈົນໄດ້ບັນລຸອະຣະຫັນຕຜົລ ອັນເປັນ ຄວາມຜ່ອງໃສທີ່ແທ້ຈິງ


🌹 ອຸດົມກາຣ 4

1. ຄວາມອົດທົນ ໄດ້ແກ່ ຄວາມອົດກັ້ນ ບໍ່ເຮັດບາບ ທັງກາຍ ວາຈາ ແລະໃຈ ♥️

2. ຄວາມບໍ່ບຽດບຽນ ໄດ້ແກ່ ກາຣງົດເວັ້ນ

ຈາກ ກາຣທຳຮ້າຍ ລົບກວນ ຫລື ບຽດບຽນ

ຜູ້ອື່ນ

3. ຄວາມສງົບ ໄດ້ແກ່ ປະຕິບັຕຕົນໃຫ້ສງົບ

ທາງກາຍ ທາງວາຈາ ແລະທາງໃຈ ♥️

4.ນິພພານ ໄດ້ແກ່ ກາຣດັບທຸກຂ໌ ຊຶ່ງເປັນ

ເປົ້າໝາຍສູງສຸດ ໃນທາງພຣະພຸທທະສາສ

ນາ ເກີດຂຶ້ນໄດ້ຈາກກາຣດຳເນີນຊີວິຕຕາມ

ມັຄມີອົງຄ໌ 8


🌹 ວິທີກາຣ 6 ຢ່າງ

1. ບໍ່ວ່າຮ້າຍ ໄດ້ແກ່ ບໍ່ກ່າວໃສ່ຮ້າຍ ຫລືກ່າວ

ໂຈມຕີຜູ້ອືນ

2. ບໍ່ທຳຮ້າຍ ໄດ້ແກ່ ບໍ່ບຽດບຽນຜູ້ອື່ນ

3. ສຳລວມປາຕິໂມກຂ໌ ໄດ້ແກ່ ຄວາມເຄົາ

ຣົບຣະບຽບວິນັຍ ກົດກະຕິກາ ກົຕໝາຍ

ລວມທັງຂະນົບທັມນຽມ ປະເພນີອັນດີ

ງາມຂອງສັງຄົມ

4. ຮູ້ຈັກປະມານ ໄດ້ແກ່ ຮູ້ຄວາມພໍດີໃນກາຣ

ບໍຣິໂພຄອາຫາຣ ຫລືກາຣໃຊ້ສອຍໃນສິ່ງ

ຂອງຕ່າງ ໆ

5. ຢູ່ໃນສະຖານທີ່ສງົບ ໄດ້ແກ່ ຢູ່ໃນສະຖານ

ທີ່ສງັດ ມີສິ່ງເເວດລ້ອມທີ່ເໝາະສົມ

6. ຝຶກຫັດຈິຕໃຈ ♥️ ໃຫ້ສງົບ ໄດ້ແກ່ ຝຶກ

ຫັດຊຳລະຈິຕໃຈໃຫ້ສງົບ ມີສຸຂພາບຄຸນ

ນະພາບ ແລະປະສິທທິພາບທີ່ດີ.ຯ


👏 ຂໍຄວາມສຸຂຄວາມຈະເຣີນໃນທັມ ຈົ່ງເກີດຈົ່ງມີຂຶ້ນແດ່ທຸກ ໆ ທ່ານ ທີ່ໄດ້ອ່ານໄດ້ຟັງໃນຄັ້ງນີ້ດ້ວຍກັນຈົ່ງທຸກ ໆ ທ່ານເທີ້ນ .ຯ

🌹 ຈະເຣີນພອຣ ແລະສະບາຍດີ 🌹

No comments:

Post a Comment

Post Top Ad